ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຖານ​ທັບ​ອາກາດ​ປາ​ກິດ​ສະຖານ​ແຫ່ງ​ໜຶ່ງ​ຖືກ​ຫຼອນ​ໂຈມ​ຕີ


     ຕາມ​ຂ່າວສານ​ຊິນ​ຮວາ ລາຍ​ງານ​ ວັນ​ທີ 5 ພະຈິກ ນີ້​ວ່າ: ຕອນ​ເຊົ້າ ​ວັນ​ທີ 4 ພະຈິກ ຕາມ​ເວລາ​ທ້ອງຖິ່ນ, ສະມາຊິກ​ກຸ່ມ​ປະກອບ
​ອາວຸດ​ຫຼາຍ​ຄົນ​ໄດ້​ກໍ່​ເຫດ​ຫຼອນ​ໂຈມ​ຕີ​ຖານ​ເຝິກຊ້ອມ​ ກອງທັບ​ອາກາດ​ແຫ່ງ​ໜຶ່ງ​ຢູ່ ​ນະຄອນ​ມິ​ອັນ​ວາລີ ທາງ​ພາກ​ກາງຂອງ​ປາ​ກິດ​ສະຖານ,
ເຮັດ​ໃຫ້​ເຮືອບິນ 3 ລຳ​ໄດ້​ຮັບ​ຄວາມ​ເສຍ​ຫາຍ.

     ພາຍຫຼັງ​ຫຼອນ​ໂຈມ​ຕີ, ກອງທັບ​ປາ​ກິດ​ສະຖານ​ໄດ້​ດຳເນີນ​ການ ເຄື່ອນໄຫວ​ປາບ​ປາມ​ຢູ່​ບໍລິເວນ​ອ້ອມແອ້ມ ແລະ ໄດ້​ອອກ​ຖະແຫຼງ
ການ​ວ່າ: ກອງທັບ​ປາ​ກິດ​ສະຖານ ໄດ້​ສິ້ນ​ສຸດ​ການເຄື່ອນໄຫວ​ປາບ​ປາມ​ການ​ຫຼອນ​ໂຈມ​ຕີ​ແບບ​ກໍ່​ການ​ຮ້າຍ​ທີ່​ແນໃສ່​ຖານ​ເຝິກຊ້ອມ​ກອງທັບ​
ອາກາດ ໂດຍ​ໄດ້​ສັງຫານສະມາຊິກ​ກຸ່ມ​ກໍ່​ການ​ຮ້າຍ 9 ຄົນ. ໃນ​ການ​ໂຈມ​ຕີ​ຄັ້ງ​ນີ້, ບໍ່​ມີ​ຍຸດ​ໂທ​ປະກອນ​ໃດໆຂອງ​ປາ​ກິດ​ສະຖານ​ຖືກ​ທຳລາຍ,
ພຽງ​ແຕ່​ມີ​ເຮືອບິນ​ທີ່​ເຊົາ​ໃຊ້​ງານ 3 ລຳ ບວກ​ກັບ​ລົດ​ບັນທຸກ​ນ້ຳມັນ​ເຊື້ອ​ໄຟ​ຄັນ​ໜຶ່ງ​ໄດ້​ຮັບ​ຄວາມ​ເສຍ​ຫາຍ​.

     ອີງ​ຕາມ​ຂ່າວສານ​ຣອຍ​ເຕີ​ລາຍ​ງານ​ວ່າ: ໂຄສົກ​ກຸ່ມ​ປະກອບ​ອາວຸດ ຈີ​ຮາດ ປາ​ກິດ​ສະຖານ​ໄດ້​ສົ່ງ​ຖະແຫຼງການ​ສະບັບ​ໜຶ່ງ​ໃຫ້​ສື່​ມວນ​ຊົນ
​ໂດຍ​ອ້າງ​ວ່າ​ຕົນ​ເປັນ​ຜູ້​ກໍ່​ເຫດການ​ຫຼອນ​ໂຈມ​ຕີ​ຄັ້ງ​ນີ້.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 13/11/2023